ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ​ເຄື່ອງ​ກິລາ​ໃຫ້​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ

     ໃນ​ວັນ​ທີ 18 ທັນວາ 2023, ກຸ່ມ​ນັກທຸລະກິດຊາວ​ຄ້າ-ຂາຍ ນຳ​ໂດຍ ສະຫາຍ ນາງ ການຈະນາ ພົງ​ທະ​ດີ ແລະ ສະຫາຍ
ນາງ ວຽງ​ສັກດາ ແສງ​ສຸລິນ ໄດ້​ນຳ​ເອົາ​ເຄື່ອງ​ກິລາ​ມາ​ມອບ​ໃຫ້​ກອງ​ບັນຊາ​ການ​ທະຫານ​ແຂວງ​ ວຽງ​ຈັນ ຈຳນວນ 50 ຊຸດ ລວມ
ເປັນ​ມູນ​ຄ່າ 6.000.000 ກີບ, ໂດຍ​ການ​ກ່າວ​ຮັບ​ຂອງ​ ສະຫາຍ ພັນ​ເອກ ບຸນ​ຜອງ ບຸດ​ທະ​ວົງ ຫົວໜ້າ​ການເມືອງກອງ​ບັນຊາ​
ການ​ທະຫານ ​ແຂວງ​ວຽງ​ຈັນ ພ້ອມ​ດ້ວຍ​ຄະນະ.

     ສະຫາຍ ພັນ​ເອກ ບຸນ​ຜອງ ບຸດ​ທະ​ວົງ ໄດ້​ຕາງໜ້າ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ-ນັກຮົບ ສະແດງ​ຄວາມ​ຂອບ
ໃຈ​ນຳ​ບັນ​​ດາ​ນັກທຸລະກິດ​ທຸກ​ພາກສ່ວນ ທີ່​ໄດ້​ນຳ​ເອົາ​ເຄື່ອງ​ກິລາ​ມາ​ມອບ​ໃນ​ຄັ້ງ​ນີ້ ເພື່ອ​ເປັນ​ການ​ປະກອບສ່ວນ​ຊຸກຍູ້​ຂະ​ບວນ​
ການ​ຕ່າງໆ​ ຂອງ​ກົມ​ກອງ​ໃຫ້​ມີ​ບັນຍາກາດ​ຟົດຟື້ນ​ມ່ວນຊື່ນ ເພື່ອ​ສ້າງ​ຂະ​ບວນ​ການ​ຂໍ່ານັບ​ຮັບ​ຕ້ອນວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​
ລາວ ຄົບຮອບ 75 ປີ.

ແຫຼ່ງທີ່ມາ: ສຸວັນ​ໂນ ອາດສະນະ​ວົງ
ວັນທີ 29/12/2023